





ໃນວັນທີ 15 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີເຊັນສັນຍາຮັບເໝົາກໍ່ສ້າງອາຄານຫໍພັກ 2 ຊັ້ນ ຂອງສູນປະສານງານບ້ານມອມລະຫວ່າງກອງບັນຊາການທະຫານບໍ່ແກ້ວ ກັບ ບໍລິສັດຫົງຢາງ ກໍ່ສ້າງຂົວທາງ ເຄຫາສະຖານ ຈຳກັດຜູ້ດຽວ. ເຂົ້າຮ່ວມໂດຍມີ ສະຫາຍ ພັນເອກ ແສງເພັດ ແສງມະນີ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີທ່ານ ໂຈ້ເກີນ ປະທານບໍລິສັດ,ມີຄະນະພັກ-ຄະນະບັນຊາ, ພະແນກການ, ແລະ ບໍລິສັດເຂົ້າຮ່ວມ.
ສະຫາຍ ພັນຕີ ສົມພອນ ມາໂສພາ ຫົວໜ້າພະແນກພົວພັນ ໄດ້ຂຶ້ນຜ່ານນິຕິກຳຕ່າງໆ ແລະ ເນື້ອໃນສັນຍາໂຄງການກໍ່ສ້າງ ອາຄານຫໍພັກ 2 ຊັ້ນ ຂອງສູນປະສານງານບ້ານມອມ ໂຄງການກໍ່ສ້າງອາຄານຫຼັກ 2 ຊັ້ນ ໃຫ້ສຳເລັດຕາມຂອບເຂດທີ່ກຳນົດໃນແບບອອກແບບ (ເນື້ອທີ່ກໍ່ສ້າງທັງໝົດ 1.198 ຕາແມັດ, ລວມມີທັງໝົດ 22 ຫ້ອງ)ໄລຍະເວລາການກໍ່ສ້າງແມ່ນເລີ່ມກໍ່ສ້າງ ວັນທີ 20 ກັນຍາ 2026-20 ມີນາ 2027 ໃຫ້ສຳເລັດ.
ພາຍໃນພິທີ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຜູ້ຮັບເໝົາໂຄງການ ໄດ້ຮ່ວມກັນລົງນາມເຊັນສັນຍາ ຕາມແຜນການ ແລະ ຂໍ້ຕົກລົງທີ່ໄດ້ກຳນົດໄວ້ ເພື່ອເຮັດໃຫ້ໂຄງການກໍ່ສ້າງອາຄານ ສຳເລັດໄປຕາມແຜນການທີໄດ້ກຳນົດໄວ້.
ຂ່າວໂດຍ: ນີ່ ທຳມະວົງ.