



ວັນທີ 15 ກັນຍາ 2026 ນີ້, ກໍາມະບານຮາກຖານແນວລາວສ້າງຊາດເມືອງເມິງ ແຂວງບໍ່ແກ້່ວ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ໂດຍການເປັນປະທານ ຂອງສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍແຂກຖືກເຊີນ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ຄໍາພາຍ ພອນສະຫວັດ ປະທານກໍາມະບານຮາກຖານ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານແນວລາວສ້າງຊາດ ເປັນຮາກຖານໜຶ່ງ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ໜ່ວຍພັກພາຍໃຕ້ການຊີ້ນໍານໍາພາຂອງໜ່ວຍພັກ, ກໍາມະບານຮາກຖານແນວລາວສ້າງຊາດເມືອງ ປະກອບມີສະມາຊິກທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ, ຕະຫຼອດໄລຍະຜ່ານມາຄະນະປະທານກຳມະບານຮາກຖານແມ່ນໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດດ້ານວິຊາສະເພາະ, ທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ກະຕຸກຊຸກຍູ້ສະມາຊິກພາຍໃນຮາກຖານໃຫ້ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ ສ້າງຄວາມສາມັກຄີພາຍໃນກົມກອງ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຂັ້ນລຸ່ມປະຕິບັດຕາມຂັ້ນເທິງເຊິງສະແດງອອກໃນດ້ານວິຊາສະເພາະ ກໍ່ຄືການສ້າງເສດຖະກິດພາຍໃນຄອບຄົວໃຫ້ເຂັ້ມແຂງ ໃນກອງປະຊຸມສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໜູ່ຄະນະໄດ້ປະກອບຄໍາເຫັນເພຶ່ອຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວທີ່ໄດ້ວາງອອກ ຈາກນັ້ນໃນກອງປະຊຸມຍັງ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວຕື່ມອີ່ກ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ສະມາຊິກກໍາມະບານຮາກຖານແນວລາວສ້າງຊາດ ທີ່ຍາດໄດ້ຜົນສໍາເລັດໃນຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ເໜັ້ນໜັກບາງບັນຫາເປັນຕົ້ນແມ່ນ: ໃຫ້ສຶບຕໍ່ຮັກສາມູນເຊື້ອດຸໝັນຂະຫຍັນພຽນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະສະຫາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ, ໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສຶບຕໍ່ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານພາຍໃນຮາກຖານຂອງຕົນໃຫ້ເປັນປົກກະຕິຕໍ່ເນືອງ, ສຶບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ຮັງມີເຂັ້ມແຂງ ແລະ ພ້ອມກັນສຶບຕໍ່ຮັກສານາມມະຍົດ 5 ເປັນເຈົ້າ ໃຫ້ໝັ້ນຄົງຕະຫຼອດໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ