







ຕອນເຊົ້າຂອງວັນທີ 15 ກັນຍາ 2026 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຝຶກອົບຮົມການເປັນຄູຝຶກກ່ຽວກັບການຮຽນຮູ້ເພດສຶກສາຢູ່ໃນຊຸມຊົນໃຫ້ກັບອາສາສະໝັກເພື່ອນສອນເພື່ອນຂັ້ນບ້ານ( ອຊບ ) ໂດຍນໍາໃຊ້ CSE ຫຼັກສູດນອກໂຮງຮຽນ ໂດຍການເຂົ້າຮ່ວມເປັນປະທານກ່າວເປີດການຝຶກອົບຮົມຂອງທ່ານ ສ່ອງແກ້ວ ສີລິປັນຍາ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຄູຝຶກ, ທີມງານຂອງໂຄງການ ພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ.
ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ອາສາສະໝັກຂັ້ນບ້ານເຂົ້າໃຈຫຼັກການເພດ ສຶກສາຮອບດ້ານ ລວມທັງຄວາມຮູ້ກ່ຽວກັບການວາງແຜນຄອບຄົວ, ສິດທິທາງເພດ, ສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ, ແລະ ຄວາມຫຼາກຫຼາຍທາງເພດ ເພື່ອນຳໄປປັບໃຊ້ໃນຊຸມຊົນ, ເພື່ອເສີມສ້າງຄວາມສາມາດໃນການປ້ອງກັນ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບຄວາມຮຸນແຮງທາງເພດ, HIV, ພະຍາດຕິດຕໍ່ທາງເພດ, ການຖືພາບໍ່ພ້ອມ ແລະ ບັນຫາສຸຂະພາບຈິດ ໂດຍຮູ້ຈັກການສົ່ງຕໍ່ບໍລິການທີ່ເໝາະສົມ, ເພື່ອໃຫ້ ອສບ ເພີ່ມການພັດທະນາທັກສະການສື່ສານ, ການໃຫ້ຄໍາປຶກສາເບື້ອງຕົ້ນ ສາມາດນໍາຄວາມຮູ້ ແລະທັກສະທີ່ໄດ້ຮັບໄປຈັດກິດຈະກຳໂຄສະນາ, ເຜີຍແຜ່ ແລະ ໃຫ້ຄວາມຮູ້ແກ່ ໄວໜຸ່ມ ແລະປະຊາຊົນ ໃນຊຸມຊົນ ເພື່ອສົ່ງເສີມພຶດຕິກຳທາງເພດ ທີ່ປອດໄພ ແລະສ້າງສະພາບແວດລ້ອມທີ່ເຄົາລົບສິດ ແລະຄວາມເທົ່າທຽມ, ຊຸດຝຶກອົບຮົມ ໃນຄັ້ງນີ້, ມີຄູຝຶກມາຈາກສະຫະພັນແມ່ຍິງເມືອງ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການຍຸຕິທໍາເມືອງ, ຫ້ອງການສຶກສາວິທະຍາສາດ ແລະກິລາເມືອງ, ໂຮງໝໍເມືອງ ແລະພະແນກສາທາລະນະສຸກແຂວງ, ມີທີມງານໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະສິດທິທາງເພດດ້ວຍກົນໄກໃໝ່, ມີສໍາມະນາກອນເຂົ້າຮ່ວມທັງໝົດ 21 ທ່ານ, ໃນນີ້, ມາຈາກໂຮງໝໍເມືອງ 1 ທ່ານ, ແພດສົ່ງເສີມສຸຂະພາບແມ່ ແລະເດັກປະຈໍາສຸກສາລາ 10 ແຫ່ງ, ອສບ ປະຈໍາສຸກສາລາ 10 ແຫ່ງ ພາຍໃນເມືອງ, ການຝຶກອົບຮົມ ໃນຄັ້ງນີ້ ສໍາມະນາກອນແມ່ນຈະໄດ້ຮຽນຮູ້ກ່ຽວກັບ ຄຸນຄ່າ, ສິດທິ ແລະວັດທະນາທໍາ, ສຸຂະພາບຂອງໄວໜຸ່ມ (ໄວຈະເລີນພັນ, ສຸຂະພາບ ຈະເລີນພັນ ແລະ ການມີປະຈໍາເດືອນ), ເພດ, ຄວາມຫຼາກຫຼາຍທາງເພດ ແລະ ການມີ ສ່ວນຮ່ວມ, ຄວາມສຳພັນທີ່ມີຄຸນນະພາບ ແລະ ອິດທິພົນຈາກ ໝູ່ເພື່ອນ, ຄວາມເຂົ້າໃຈທາງເພດ, ອິດທິພົນ ແລະ ຄວາມ ສະເໝີພາບ, ການວາງແຜນຊີວິດ ແລະ ທັກສະຊີວິດ, ທັກສະການສື່ສານ, ການເຈລະຈາ ແລະ ການ ຕັດສິນໃຈ, ຄວາມຮູ້ດ້ານດິຈິຕອລ ແລະ ຄວາມປອດໄພ ຈາກດິ ຈິຕອລ (ການປ້ອງກັນຄວາມຮຸນແຮງທາງເພດຈາກດິ ຈິຕອລ), ການຈະເລີນພັນ ແລະ ການວາງແຜນຄອບຄົວ, ການປ້ອງກັນ ແລະ ປິ່ນປົວ ພະຍາດຕິດຕໍ່ທາງເພດ ສໍາພັນ ແລະ ເຊື້ອເຮສໄອວີ, ຢຸດຕິການຈໍາແນກ ແລະ ການ ສ້າງຄວາມອັບອາຍ, ສຸຂະພາບຈິດ ແລະ ການໃຊ້ສົ່ງເສບຕິດ, ຊຸດຝຶກອົບຮົມ ໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 3 ວັນ ເລີ່ມແຕ່ວັນທີ 15-17 ກໍລະກົດ 2026 ຈິ່ງຈະສໍາເລັດ.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ. 16.9.2026.