




ໃນວັນທີ 15 ກັນຍາ 2026 ນີ້ ກອງບັນຊາການທະຫານເມືອງເມິງ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຄະນະບັນຊາ ກອງບັນຊາການທະຫານເມືອງເມິງ, ໂດຍການເປັນປະທານຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ພະແນກການ, ຄະນະຈັດຕັ້ງເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການ ແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານເມືອງເມິງ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນເພັດ ສິນໄຊຍະ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ສີພາ ແພງປັນຍາ ເປັນຫົວໜ້າການທະຫານ ກອງບັນຊາການທະຫານເມືອງເມິງ, ສະຫາຍ ພັນຕີ ສົມຈັນ ມະນີວົງ ເປັນຮັກສາການຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ທອງໄລ ສາຍນ້ຳຊຳ ເປັນຫົວໜ້າຂະແໜງໂຄສະນະອົບຮົມ ກອງບັນຊາການທະຫານເມືອງເມິງ.
ໂອກາດນີ້ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະບັນຊາຊຸດເກົ່າຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະຫາຍຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ພາກ ສຸທິປັນຍາ