ກອງປະຊຸມສະຫຼູບຕິລາຄາວຽກງານໂຄສະນາອົບຮົມທົ່ວປະເທດ
ປະຈຳປີ 2020-2021 ແລະ ທິດທາງໜ້າວຽກງານຈຸດສຸມໃນປີ 2022
ກອງປະຊຸມສະຫຼູບຕິລາຄາວຽກງານໂຄສະນາອົບຮົມທົ່ວປະເທດປະຈຳປີ 2020-2021 ແລະ ທິດທາງໜ້າວຽກງານຈຸດສຸມໃນປີ 2022 ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ປອ ຄຳຜັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າຄະນະໂຄສະນາອົບຮົມໃນທົ່ວປະເທດຮ່ວມກອງປະຊຸມ ສຳລັບແຂວງ ບໍ່ແກ້ວແມ່ນໄດ້ປະຊຸມທີ່ຫ້ອງວ່າການແຂວງ ບໍ່ແກ້ວ ເຂົ້າຮ່ວມມີທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຄະນະໂຄສະນາອົບຮົມເມືອງບັນດາເມືອງ ຜ່ານການເຄື່ອນໄຫວຢ່າງຕັ້ງໜ້າເຮັດໃຫ້ທົ່ວປະເທດມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບ ແລະ ເປັນສະບຽບຮຽບຮ້ອຍ ໂດຍພື້ນຖານເສດຖະກິດສັງຄົມ ສືບຕໍ່ໄດ້ຮັບການປັບປຸງ ແລະ ມີທວງທັນໃໝ່ດີທີ່ເປັນປັດໃຈຄັດເຄື່ອນການພັດທະນາ, ການຈັດຕັ້ງໃນລະບົບການເມືອງສືບຕໍ່ໄດ້ຮັບການປັບປຸງ ແລະ ຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍທ່ານ ສີໂພ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 15 ສະຫາຍ, 6 ສະຫາຍ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ ໃນວັນທີ 18 ມັງກອນ 2022 ເວລາ 8:30 ນາທີ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 7 ສະຫາຍ.
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ເພື່ອຫວນຄືນຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ ແລະ ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນຂັ້ນສູນກາງລົງຮອດທ້ອງຖິ່ນ ກໍຄືການສ້າງລັດປະຊາທິປະໄຕ ປະຊາຊົນທີ່ປົກຄອງດ້ວຍກົດຫມາຍໃນຕະຫຼອດໄລຍະທີ່ຜ່ານມາ ແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃນທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງລາວທຸກທົ່ວໜ້າ.
ວຽກງານໄອຍະການເປັນຫວຽກງານໜຶ່ງທີສຳຄັນປະກອບສວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 6 ທັນວາ 2021 ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ມີບັນດາແຂກຖືກເຊີນຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຈຳນວນ 16 ເຂົ້າຮ່ວມ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ພ້ອມທັງຜ່ານກົດລະບຽບການຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ.
ໂອກາດນີ້, ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກໄດ້ໃຫ້ທິດຊີ້ນໍາເນັ້ນຫນັກໃຫ້ມະຫາ ຊົນກ້າວໜ້າທັງຫຼາຍຈົ່ງຕັ້ງຫນ້າຮໍ່າຮຽນເອົາບົດຮຽນໃນ 13 ຄຳຖາມ 13 ຄຳຕອບ ເພື່ອເຮັດໃຫ້ມະຫາ ຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ,ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ພົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 37 |
![]() | ມື້ວານນີ້ | 91 |
![]() | ອາທິດນີ້ | 310 |
![]() | ເດືອນນີ້ | 2881 |
![]() | ທັງໝົດ | 175328 |