ພິທີຝຶກອົບຮົມຄວາມຮູ້ພື້ນຖານວຽກງານ ໄອທີ
ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ຫ້ວຍຊາຍ ໃນຄັ້ງວັນທີ 21 ມິຖຸນາ 2022
ຄະນະໂຄສະນາອົບຮົມສູນກາງພັກສົມທົບຄະນະຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ເປີດພິທີຝຶກອົບຮົມຄວາມຮູ້ພື້ນຖານວຽກງານ ໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ຄະນະໂຄສະນາອົບຮົມເມືອງຫ້ວຍຊາຍ ໃນລະຫວ່າງວັນທີ 21-22 ມິຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານໃນຄັ້ງນີ້ມີ ທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີບັນດາຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 12 ສະຫາຍ.
ພິທີຝຶກອົບຮົມໃນຄັ້ງນີ້ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວເປິດພິທີຢ່າງມີຄວາມໝາຍສຳຄັນອັນເລິກເຊິ່ງ ພ້ອມທັງສະເໜີຈຸດປະສົງຕົ້ນຕໍ່ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ, ທິດຊີ້ນຳຂອງຄະນະພັກ-ຄະນະນຳ ກ່ຽວກັບການພັດທະນາວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກຢູ່ຂັ້ນທ້ອງຖິ່ນ, ອິງຕາມແຜນການຍົກລະດັບວຽກງານທາງດ້ານໄອທີຂອງຄະນະໂຄສະນາອົບຮົມແຂວງ ແລະ ຕາມແຜນດຳເນີນການ, ໂຄງການປະຈຳປີ 2022 ຂອງກົມຂໍ້ມູນຂ່າວສານໃນການພັດທະນາໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກ, ເພື່ອຍົກສູງຄຸນນະພາບ ວຽກງານໂຄສະນາອົບຮົມເວົ້າລວມເວົ້າສະເພາະ ກໍແມ່ນການນຳໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນວຽກງານໂຄສະນາອົບຮົມນັບແຕ່ສູນກາງຮອດທ້ອງຖິ່ນ ເພ່ືອສ້າງບາດກ້າວການປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ, ຕາມທິດຈຸດສຸມຄຸນນະພາບວຽກງານວິຊາສະເພາະ ແລະ ການຫັນວຽກງານໂຄສະນາອົບຮົມເທື່ອລະກ້າວໃຫ້ແທດເໝາະກັບຍຸກ 4.0, ເພື່ອເຮັດໃຫ້ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້, ເຂົ້າໃຈ, ສາມາດພັດທະນາທາງດ້ານວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກ.
ທ້າຍນີ້ ທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າການຝຶກອົບຮົມໃນຄັ້ງນີ້ເພື່ອຍົກສູງຄວາມຮູ້ແກ່ພະນັກງານວິຊາການໄດ້ຮັບຮູ້ເຂົ້າໃຈອັນເລີກເຊິ່ງ ເຖິ່ງບົດບາດເຕັກໂນໂລຊີຂໍ້ມູນຂ່າວສານໃນດ້ານຕ່າງໆກ່ຽວກັບວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກໃຫ້ນັບມື້ສູງຂຶ້ນ
ພິທີປາຖະກະຖາເລົ່າມູນເຊື້ອສອງວັນປະຫວັດສາດ ແລະ ກິດຈະກຳຖາມຕອບ
ຊອກຮູ້ປະຫວັດສາດສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ 2022
ໃນວັນທີ 11 ກໍລະກົດ 2022 ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ ປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນເຊັນຊົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທຸກລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ຈັດກິດຈະກຳຖາມຕອບຢູ່ສະໂມສອນໂຮງຮຽນເຕັກນິກວິຊາຊີບແຂວງ ບໍ່ແກ້ວ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍທ່ານ ປອ ບົວຄົງນາມມະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄູອາຈານ-ນັກສຶກສາເຂົ້່າຮ່ວມທັງໝົດ 194 ສະຫາຍ, ຍິງ 66 ສະຫາຍ, ໃນນັ້ນນັກສຶກສາ 125 ສະຫາຍ, ຍິງ 42 ສະຫາຍ. ,uທິມເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ມີທັງໝົດ 7 ທິມ, ທິມລະ 3 ສະຫາຍ, ທິມໄດ້ຮັບລາງວັນມີດັ່ງນີ້:
- ທີ່ 1: ໄດ້ແກ່ພະແນກປຸງແຕ່ງ ໄດ້ຮັບລາງວັນ 400.000 ກີບ ແລະ ເສື້ອ 3 ຜຶ້ນ
- ທີ່ 2: ໄດ້ແກ່ພະແນກ ສ້ອມແປງ ໄດ້ຮັບລາງວັນ 300.000 ກີບ ແລະ ເສື້ອ 3 ຜຶ້ນ
- ທີ່ 3: ໄດ້ແກ່ພະແນກ ປູກຝັງ ໄດ້ຮັບລາງວັນ 200.000 ກີບ ແລະ ເສື້ອ 3 ຜຶ້ນ
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ
(13 ສິງຫາ 1950-13 ສິງຫາ 2022)
ທ່ານ ອຸ່ນແສງ ທຸນອິນໃຈ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ມີບັນດາຫົວໜ້າ, ຮອງຫົວໜ້າຄະນະ, ຫົວໜ້າຮອງຫົວໜ້າຂະແໜງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ.
ການຈັດຕັ້ງໂຄສະນາປາຖະກະຖາໃນຄັ້ງນີ້ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າແກ່ນ, ສະຫວ່າງສະໄຫວຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນກໍຄືແນວລາວສ້າງຊາດໃນປັດຈຸບັນໃຫ້ພະນັກງານ, ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້ ແລະ ເຂົ້າໃຈ ແນວລາວອິດສະຫລະ ທີ່ໄດ້ປະຕິບັດບົດບາດອອກໜ້າແທນພັກ ເພື່ອເຕົ້າໂຮມກ້ອນກຳລັງສຳພັນທະພາບ ຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ກຳລັງການຈັດຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນອ້ອມຂ້າງຕົນ, ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສຳພັນ 3 ຊາດອິນດູຈີນ, ເຮັດສຳເລັດພາລະກຳປະຫວັດສາດອັນສະຫງ່າອົງອາດຄື ປົດປ່ອຍປະເທດຊາດອອກຈາກແອກລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງເຊັນສັນຍາເຊີແນວ 1954 ຍອມຮັບຮູ້ເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ; ເຮັດໃຫ້ຊື່ສຽງ ແລະ ບົດບາດຂອງລາວພົ້ນເດັ່ນຂຶ້ນໃນເວທີການເມືອງຂອງໂລກ; ກຳລັງປະຕິວັດໄດ້ມີ 2 ແຂວງເຕົ້າໂຮມຄື: ຜົ້ງສາລີ ແລະ ຫົວພັນ.
ສະຫາຍ ລາວປາວ ຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມທິມງານຢ້ຽມຢາມ ແລະ ພົບປະຄະນະໂຄສະນາອົບຮົມເມືອງປາກທາ
ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທິມງານ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງປາກທາ ໃນວັນທີ 5 ສິງຫາ 2022 ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳ ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມເມືອງປາກທາ.
ພິທີພົບປະ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກທາ ໂດຍມີພະນັກງານໂຄສະນາອົບຮົມເມືອງເຂົ້າຮ່ວມ ຢ່າງພ້ອມພຽງ; ໃນໂອກາດດັ່ງກ່າວ ສະຫາຍຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆປາກທາ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໄລຍະຜ່ານມາ; ເຖິງແມ່ນວ່າສະພາບໂດຍລວມໃນໄລຍະ 2ປີຜ່ານມາ ພົບຄວາມຫຍຸ້ງຍາກຫຼາຍດ້ານບວກກັບຄວາມຫຍຸ້ງຍາກພາຍໃນ ເປັນຕົ້ນ: ບຸກຄະລາກອນໃນຄະນະໂຄສະນາອົບຮົມເມືອງ ບໍ່ພຽງພໍກັບຕຳແໜ່ງງານທີ່ໄດ້ກໍານົດໄວ້, ພາຫະນະອຸປະກອນໃຊ້ຍັງພົບຄວາມຫຍຸ້ງຍາກ, ງົບປະມານມີຈຳກັດ ແລະ ບັນຫາອື່ນໆ. ໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ ຂອງອົງຄະນະພັກເມືອງ ບວກກັບຄວາມບຸກບືນສູ້ຊົນ ຂອງຄະນະໂຄສະນາອົບຮົມເມືອງ, ສາມາດປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ເຮັດໃຫ້ ສະພາບແນວຄິດ ຂອງສະມາຊິກພັກ,ພະນັກງານ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງ,ແຜນນະໂຍບາຍ ຂອງພັກ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິ-ຄໍາສັ່ງ ຂອງຂັ້ນເທິງກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງ ເມືອງວາງອອກຢ່າງຕັ້ງໜ້າ; ປະຊາຊົນມີຄວາມຕື່ນຕົວ ແລະ ເປັນເຈົ້າການພັດທະນາຊີວິດການເປັນຢູ່ ຂອງຕົນຫລາຍຂຶ້ນ ໂດຍສະເພາະແມ່ນເມືອງຫ້ວຍຊາຍເປັນເມືອງໃຈກາງເທດສະບານແຂວງ. ແຕ່ກໍຍັງມີຫຼາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນໃນຕໍ່ໜ້າໂດຍສະເພາະແມ່ນ ການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ຄຸນນະພາບໃໝ່.
ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍໄດ້ມີຄຳເຫັນຊີ້ນຳບາງບັນຫາດັ່ງນີ້: ເຊິ່ງກ່ອນໝົດ ສະຫາຍ ໄດ້ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຄະນະພັກ ຄະນະນຳ ຂອງເມືອງທີ່ໄດ້ເອົາໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ບວກກັບຄວາມບຸກບືນສູ້ຊົນ ຂອງຄະນະໂຄສະນາອົບຮົມທັງສອງເມືອງໃນໄລຍະຜ່ານມາ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ; ໄປຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາສໍາຄັນຕ່າງໆ ຂອງພັກ-ລັດ ດ້ວຍຫຼາຍຮູບຫຼາຍສີ ເພື່ອສຶກສາອົບຮົມແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍ ຂອງພັກ, ມີຄວາມຮັບຮູ້-ເຂົົົ້າໃຈຖືກຕ້ອງຕາມທັດສະນະ ຂອງພັກທີ່ມີຕໍ່ບັນຫາທີ່ພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ກໍຄື ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ກວ້າງຂວາງ, ທົ່ວເຖິງ..
ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 27-29 ເມສາ 2022 ທີຜ່ານມາ ຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄ ສະນາອົບຮົມແຂວງໃຫ້ກຽດເປັນປະທານຂອງ ສະຫາຍ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານອົບຮົມ ມີບັນດາແຂກຖືກເຊີນ ຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມ 19 ສະຫາຍ, ຍິງ 7 ສະຫາຍ ໃນນັ້ນ ມີມະຫາຊົນກ້າວໜ້າ 14 ສະຫາຍ, ຍິງ 5 ສະຫາຍ, ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 460,752,774,809 ແລະ 810/ຄປພຂ, ລົງວັນທີ 8 ເມສາ 2022 ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ-13 ຄຳຕອບ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ, ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳມາຫາຊົນດ້ວຍກັນ ແລະ ຄະນະຮັບຜິດຊອບ ພ້ອມທັງຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປາຊາຊົນປະຕິວັດລາວ.
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 91 |
![]() | ອາທິດນີ້ | 305 |
![]() | ເດືອນນີ້ | 2876 |
![]() | ທັງໝົດ | 175323 |