Slide Top

  • ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
  • ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັ
 ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022  ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 20...
Previous
Next

ຂ່າວໃໝ່

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ແລະ ທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່.

ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ ໄຂຂື້ນຢ່າງເປັນທາງການ ໃນວັນທີ 27 ມິຖູນາ 2023, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການ ເປັນປະທານຂອງສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ສອງກອງບັນຊາການ,ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ເມືອງ ເຂົ້າຮ່ວມ.

ສະຫາຍ ປອ ບົວຄົງ ນາມມະວົງ ເຈົ້້າແຂວງບໍ່ແກ້ວ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ ແລະ ສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຜ່ານມາ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.ເວົ້າລວມເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ແມ່ນເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 07 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ຊຶ່ງພັກເຮົາຖືວ່າ "ວຽກງານການເມືອງ-ແນວຄິດເປັນວຽກງານກົດໃນການກໍ່ສ້າງປັບປຸງພັກ, ເປັນປັດໃຈ 4 ສໍາຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ”. ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກດັ່ງກ່າວ ແລະ ເນື້ອໃນຕົ້ນຕໍ່ຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນກໍຄືພະນັກງານ, ສະມາຊິກພັກ ແຕ່ລະສະຫາຍຕໍ່ການ ເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່.

ສະຫາຍ ປອ ບົວຄົງ ນາມມະວົງ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄວາມຄິດຄວາມເຫັນ ຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ ສ່ອງແສງໃຫ້ເຫັນຄວາມເປັນຈິງ ຂອງສະພາບວຽກງານການເມືອງ-ແນວຄິດ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີຄວາມຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການ ທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ບົນຈິດໃຈບຸກທະລຸທາງດ້ານຈິນຕະນາການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.

 

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 18  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

183589
ມື້ນີ້ມື້ນີ້9
ມື້ວານນີ້ມື້ວານນີ້46
ອາທິດນີ້ອາທິດນີ້83
ເດືອນນີ້ເດືອນນີ້466
ທັງໝົດທັງໝົດ183589