ຕອນເຊົ້າວັນທີ 22 ມີນາ 2023 ທ່ານ ບົວຄົງ ນາມມະວົງ ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ, ສອງກອງບັນຊາການທະຫານ-ຕຳຫຼວດແຂວງ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ ບໍ່ແກ້ວໄດ້ນຳເອົາພວງມາລາທີ່ງົດ ງາມມາວາງຢູ່ອານຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ່) ເພື່ອເປັນການໄຫ້ວອາໄລ ແລະ ລະນຶກຖຶງມູນເຊື້ອ, ຄຸນງາມຄວາມດີອັນສະຫງ່າງາມ ແລະ ອົງອາດກ້າຫານຂອງບັນດານັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ເພື່ອປະຊາຊົນ ໃນຂະບວນການປະຕິວັດຊາດຕະຫຼອດໄລຍະຜ່ານມາ ແລະ ໄດ້ນໍາເອົາກະຕ່າດອກໄມ້ທີ່ງົດງາມ, ຫອມຫວນ ແລະ ສົດໃສ ເຊິ່ງເປັນສິ່ງແທນດວງໃຈຂອງພະນັກງານ-ສະມາຊິກພັກ, ທະຫານ-ຕຳຫຼວດ ແລະ ທົ່ວປວງຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບຕໍ່ ອານຸສອນສະຖານປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄວາມກະຕັນຍູຮູ້ ບຸນຄຸນຕໍ່ທ່ານ ໄກສອນ ພົມວິຫານ ອາດີດການນໍາສູງສຸດຂອງພັກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງ ຕັ້ງກອງທັບປະຊາຊົນລາວ ແລະ ເປັນຜູ້ວາງແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກທີ່ສະຫຼາດສ່ອງໃສ, ຍ້ອນພາລະກິດ ແລະ ບຸນຄຸນຂອງທ່ານທີ່ໄດ້ສ້າງມານັ້ນຈື່ງເຮັດໃຫ້ປະເທດຊາດຂອງພວກເຮົາຫຼຸດພົ້ນອອກ ຈາກການກົດຂີ່ຂູດຮີດ, ຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະຢ່າງ ສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ ຝັງໄວ້ໃນດວງໃຈຂອງພະນັກງານ-ສະມາຊິກພັກ, ທະຫານ-ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າທົ່ວ ແຂວງ ບໍ່ແກ້ວ ຢ່າງບໍມີວັນລືມ.
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 9 |
![]() | ມື້ວານນີ້ | 46 |
![]() | ອາທິດນີ້ | 83 |
![]() | ເດືອນນີ້ | 466 |
![]() | ທັງໝົດ | 183589 |