ການເຜີຍແຜ່ ແລະ ແນະນຳກ່ຽວກັບກົດໝາຍວ່າດ້ວຍເອກະສານ
ໃນວັນທີ 10 ມີນາ 2023
ຕອນເຊົ້າວັນທີ 10 ມີນາ 2023 ທ່ານ ສີໂພໄຊ ວິຫາລາດ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເຜີຍແຜ່ ແລະ ແນະນຳກ່ຽວກັບກົດໝາຍວ່າດ້ວຍເອກະສານເປັນຕົ້ນແມ່ນ: ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ, ການຄຸ້ມຄອງເອກະສານ, ວຽກງານສຳເນົາເອກະສານ ແລະ ການສ້າງເອກະສານທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ມີຜູ້ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 4 ສະຫາຍ, ການເຜີຍແຜ່ເອກະສານໃນຄັ້ງນີ້ເພື່ອເຮັດໃຫ້ສຳນັກງານອົງການແຕ່ສູນກາງລົງຮອດທ້ອງຖິ່ນນຳໃຊ້ເອກະສານໃຫ້ສອດຄ່ອງກັນໂດຍສະເພາະແມ່ນພະນັກງານວິຊາການທີ່ເຮັດວຽກງານວິຊາສະເພາະຂອງບັນດາຂະແໜງການພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ ແລະ ເຂົ້ົ້ົ້າໃຈກ່ຽວກັບເນື້ອໃນເອກະສານດັ່ງກ່າວ ໃນເມື່ອນຳໄປຈັດຕັ້ງປະຕິບັດສູ່ໜ້າທີ່ວຽກງານຕົວຈິງແລ້ວໃຫ້ມີວ່ອງໄວຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 17 |
![]() | ມື້ວານນີ້ | 46 |
![]() | ອາທິດນີ້ | 91 |
![]() | ເດືອນນີ້ | 474 |
![]() | ທັງໝົດ | 183597 |