ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ພ້ອມດ້ວຍຄະນະທິມງານລົງເຄື່ອນໄຫວວຽກງານຢູ່ແຂວງ ບໍ່ແກ້ວ ລະຫວ່າງວັນທີ 2-5 ສິງຫາ 2022
ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທິມງານ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໃນວັນທີ 3 ສິງຫາ 2022;
ພິທີພົບປະໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໂດຍມີພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ; ໃນໂອກາດດັ່ງກ່າວ ສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມໄລຍະຜ່ານມາ; ເຖິງແມ່ນວ່າ ໃນໄລຍະຜ່ານມາ ພົບຄວາມຫຍຸ້ງຍາກຫຼາຍໂດຍສະເພາະ: ງົບປະມານມີຈຳກັດ ແລະ ບັນຫາອື່ນໆ. ແຕ່ກໍສາມາດປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເຮັດໃຫ້ສະພາບແນວຄິດ ຂອງສະມາຊິກພັກ,ພະນັກງານ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງ,ແຜນນະໂຍບາຍຂອງພັກ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິ-ຄໍາສັ່ງ ຂອງຂັ້ນເທິງກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງອອກຢ່າງຕັ້ງໜ້າ; ແຕ່ກໍຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນໃນຕໍ່ໜ້າໂດຍສະເພາະແມ່ນ ການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ຄຸນນະພາບໃໝ່.
ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມີຄຳເຫັນຊີ້ນຳບາງບັນຫາດັ່ງນີ້: ເຊິ່ງກ່ອນໝົດ ສະຫາຍ ໄດ້ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຄະນະພັກ ຄະນະນຳ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ເອົາໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ບວກກັບຄວາມບຸກບືນສູ້ຊົນວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ; ໄປຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາສໍາຄັນຕ່າງໆ ຂອງ ພັກ-ລັດ ດ້ວຍຫຼາຍຮູບຫຼາຍສີ ເພື່ອສຶກສາອົບຮົມແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍ ຂອງພັກ, ມີຄວາມຮັບຮູ້-ເຂົົົ້າໃຈຖືກຕ້ອງຕາມທັດສະນະຂອງພັກທີ່ມີຕໍ່ບັນຫາທີ່ພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 91 |
![]() | ອາທິດນີ້ | 304 |
![]() | ເດືອນນີ້ | 2875 |
![]() | ທັງໝົດ | 175322 |