ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ
(13 ສິງຫາ 1950-13 ສິງຫາ 2022)
ທ່ານ ອຸ່ນແສງ ທຸນອິນໃຈ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ມີບັນດາຫົວໜ້າ, ຮອງຫົວໜ້າຄະນະ, ຫົວໜ້າຮອງຫົວໜ້າຂະແໜງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ.
ການຈັດຕັ້ງໂຄສະນາປາຖະກະຖາໃນຄັ້ງນີ້ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າແກ່ນ, ສະຫວ່າງສະໄຫວຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນກໍຄືແນວລາວສ້າງຊາດໃນປັດຈຸບັນໃຫ້ພະນັກງານ, ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້ ແລະ ເຂົ້າໃຈ ແນວລາວອິດສະຫລະ ທີ່ໄດ້ປະຕິບັດບົດບາດອອກໜ້າແທນພັກ ເພື່ອເຕົ້າໂຮມກ້ອນກຳລັງສຳພັນທະພາບ ຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ກຳລັງການຈັດຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນອ້ອມຂ້າງຕົນ, ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສຳພັນ 3 ຊາດອິນດູຈີນ, ເຮັດສຳເລັດພາລະກຳປະຫວັດສາດອັນສະຫງ່າອົງອາດຄື ປົດປ່ອຍປະເທດຊາດອອກຈາກແອກລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງເຊັນສັນຍາເຊີແນວ 1954 ຍອມຮັບຮູ້ເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ; ເຮັດໃຫ້ຊື່ສຽງ ແລະ ບົດບາດຂອງລາວພົ້ນເດັ່ນຂຶ້ນໃນເວທີການເມືອງຂອງໂລກ; ກຳລັງປະຕິວັດໄດ້ມີ 2 ແຂວງເຕົ້າໂຮມຄື: ຜົ້ງສາລີ ແລະ ຫົວພັນ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 35 |
![]() | ມື້ວານນີ້ | 91 |
![]() | ອາທິດນີ້ | 308 |
![]() | ເດືອນນີ້ | 2879 |
![]() | ທັງໝົດ | 175326 |