Slide Top

  • ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
  • ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັ
 ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022  ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 20...
Previous
Next

ຂ່າວໃໝ່

ພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ) ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

ຄະນະພັກ, ຄະນະນຳຂອງ ແຂວງ ບໍ່ແກ້ວ 50 ກວ່າ ສະຫາຍວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ)

ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

       ຕອນເຊົ້າຂອງວັນທີີ 22 ມີນາ 2021 ນີ້ ແຂວງ ບໍ່ແກ້ວ ໄດ້ຈັດພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ) ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື້ອໃນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ໂດຍສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ບໍ່ແກ້ວ. ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ  ແລະ ຄະນະພັກ, ຄະນະນຳຂອງເມືອງ ຫ້ວຍຊາຍເຂົ້າຮ່ວມ 50 ກວ່າສະຫາຍ.

        ພິທີວາງພວງມາລາ ແລະ ວາງກະຕ່າດອກໄມ້ໃນຄັ້ງນີ້ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ, ມູນເຊື້ອອັນດີງາມຂອງຜູ້ນຳພັກ-ລັດ ແລະ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ່ງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ  ອາດິດການນຳສູງສຸດຂອງພັກ ຜູ້ກໍ່ຕັ້ງພັກ ປະຊາຊົນ ປະຕິວັດລາວ , ຜູ້ສ້າງຕັ້ງກອງທັບ ປະຊາຊົນລາວ  ແລະ ຜູ້ວາງແນວທາງປ່ຽນແປງໃໝ່ຂອງພັກທີ່ສະຫຼາດສ່ອງໃສຍ້ອນພາລະກິດ ແລະ ບຸນຄຸນອັນຍິ່ງໃຫຍ່ຂອງທ່ານ ປະທານ ໄກສອນ ຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຝັງໄວ້ໃນດວງໃຈຂອງປະຊາຊົນລາວທັງຊາດຢ່າງບໍ່ມີວັນຫຼົງລືມ ແລະ ຊາວແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບບູຊາຕໍ່ນັກຮົບນິລະນາມ, ນາຍ ແລະ ພົນທະຫານ ຢູ່ສະຖານທີ່ອັນສັກສິດແຫ່ງນີ້ີ້, ທັງນີ້ກໍເພື່ອສະແດງເຖິງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງໂດດເດັ່ນທີ່ນັກຮົບນິລະນາມ, ນາຍ ແລະ ພົນທະຫານ ໄດ້ສ້າງໄວ້ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ເຊິ່ງພວກທ່ານໄດ້ເສຍສະຫລະເລືອດເນື້ອ ແລະ ຊີວິດເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ດໍາລົງຊີວິດໃນດິນແດນອັນອຸດົມສົມບູນ ແລະ ສ້າງສາພັດທະນາປະເທດຊາດມາຈົນເຖິງທຸກວັນນີ້.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

183585
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້46
ອາທິດນີ້ອາທິດນີ້79
ເດືອນນີ້ເດືອນນີ້462
ທັງໝົດທັງໝົດ183585