ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ຈັດພິທີມອບບັດສະມາຊິກພັກ ຊຸດທີ I ໃນ ວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານຂອງທ່ານ ສຸກຄະ ຫຼຽນທອງຄຳ, ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມີສະມາຊິກພັກເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ ໃນນັ້ນ ສະມາຊິກພັກສົມບຸນ 18 ສະຫາຍ, ຍິງ 6 ສະຫາຍ, ສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ. ໃນພິທີມີສະມາຊິກທີ່ຮັບບັດ 4 ສະຫາຍຄື:
1, ສະຫາຍ ສອນຫຼ້າ ລີໄຊຢ່າງ
2, ສະຫາຍ ອານຸສັກ ແກ້ວໄຊຍະວົງ
3, ສະຫາຍ ນາງ ອ່ອນດີ ສຸລິຍະແສງ
4, ສະຫາຍ ນາງ ສອນເພັດ ວັນນຸສັກ
ສະຫາຍເລຂາໄດ້ມີຄຳເຫັນເນັ້ນໃຫ້ສະມາຊິກພັກທັງ 4 ສະຫາຍ ນຳເອົາບັດຂອງຕົນໄປນຳໃຊ້ໃນທິດທາງທີ່ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ ແລະ ສືບຕໍ່ເປັນແບບຢ່າງນຳໜ້າໃຫ້ມະຫາຊົນລຸ້ນຫຼັງ ພ້ອມທັງ ຂຶ້ນຮັບຄຳໂອວາດຂອງສະຫາຍເລຂາ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 10 |
![]() | ມື້ວານນີ້ | 46 |
![]() | ອາທິດນີ້ | 84 |
![]() | ເດືອນນີ້ | 467 |
![]() | ທັງໝົດ | 183590 |