Slide Top

  • ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
  • ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັ
 ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022  ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 20...
Previous
Next

ຂ່າວໃໝ່

ຊາວແຂວງ ບໍ່ແກ້ວ ໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາຄົບຮອບ 45 ປີ ແລະ ວັນເກີດທ່ານ ໄກສອນ ພົມວິຫານ ຄົບຮອບ 100 ປີ

             ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນສະຖາປະນາ ຄົບຮອບ 45 ປີ ແລະ ວັນເກີດທ່ານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃນວັນທີ 8 ທັນວາ 2020 ຢູ່ທີຫໍວັດທະນະທຳແຂວງ ບໍ່ແກ້ວ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,  ເຈົ້າແຂວງໆ ບໍ່ແກ້ວ ເປົ້າໝາຍເຂົ້າຮ່ວມມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ, ສະມາຊິກພັກ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ມີພະນັກງານບຳນາມ ແລະ ພໍ່ແມ່ປະຊາຊົນ 8 ບ້ານໃນເທດສະບານແຂວງເຂົ້າຮ່ວມມີທັງໝົດ 980 ສະຫາຍ.

          ໃນງານໂຮມຊຸມນຸມ ອັນມີຄວາມໝາຍສຳຄັນນີ້ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ກໍໄດ້ຂືຶ້ນເລົ່າມູນເຊື້ອໃນງານໂຮມຊຸມນຸມ ສະຫາຍ ໄດ້ຫວນຄືນເຖິງ ປະຫວັດສາດແຫ່ງການຕໍ່ສູ້ລຸກຮືຂຶ້ນຂອງປະຊາຊົນພາກໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການນຳພາກໍ່ຕັ້ງຖະນຸບຳລຸງ, ກໍ່ສ້າງພັກ, ນຳພາພາລະກິດຕໍ່ສູ້ກູ້ຊາດ, ນຳພາສ້າງຕັ້ງລະບອບໃໝ່ ແລະ ການນຳພາສ້າງສາພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນສະຫຼາດສ່ອງໃສ ແລະ ບັນດາເຫດການສຳຄັນຕ່າງໆ ທີ່ເປັນເງື່ອນໄຂໃຫ້ແກ່ການຍຶດອຳນາດການປົກຄອງຢ່າງສົມບູນມາສູ່ກຳມືຂອງປະຊາຊົນລາວ ແລະ ພາຍໃຕ້ການນຳພາໂດຍກົງຂອງສູນກາງພັກເຊິ່ງມີປະທານ ໄກສອນ ພົມວິຫານເປັນ ຫົວໜ້າ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າ ຜາເຜີຍໃນວັນທີ 2 ທັນວາ ປີ 1975 ພ້ອມທັງປະກາດລົບລ້າງອຳນາດການປົກຄອງເກົ່າ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປີດສັງກາດໃໝ່ເປັນແຫຼ່ງເອກະລາດ ອິດສະຫຼະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງຂອງປະຊາຊົນບັນດາເຜົ່າ.

          ໃນບົດສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານໃນໄລຍະຜ່ານມາໃນພາລະກິດປ່ຽນແປງໃໝ່ທີ່ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ປະເທດຊາດມີສະຖຽນລະພາບ ປະຊາຊົນມີຄວາມຜາສຸກ,  ປະຊາຊົນພາຍໃນແຂວງໄດ້ມີໃບໜ້າອັນໃໝ່, ສັງຄົມມີຄວາມສີວິໄລ-ສະຫງົບປອດໄພ, ນັ້ນແມ່ນຜົນງານຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ແຂວງ ບໍ່ແກ້ວ ຍາດມາໄດ້ນັບແຕ່ສ້າງຕັ້ງແຂວງ ບໍ່ແກ້ວ ມາຮອດປະຈຸບັນ; ນອກນັ້ນໃນບົດປາໄສ ຍັງຍົກໃຫ້ເຫັນອິກຕຶ່ມເຖິງດ້ານຄົງຄ້າງທີ່ເລັ່ງທວງໃຫ້ຄະນະນຳຂອງພັກ, ອົງການປົກຄອງທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຈະຕ້ອງໄດ້ເປັນເຈົ້າການຮີບຮ້ອນແກ້ໄຂຢ່າງຕ່າງໜ້າ.

 

 

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 236  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

183593
ມື້ນີ້ມື້ນີ້13
ມື້ວານນີ້ມື້ວານນີ້46
ອາທິດນີ້ອາທິດນີ້87
ເດືອນນີ້ເດືອນນີ້470
ທັງໝົດທັງໝົດ183593