ຄະນະໂຄສະນາ-ອົບຮົມແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມຕີລາຄາການປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນໃນ ລະຫວ່າງວັນທີ 10-11 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານ ໂດຍທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີບັນດາແຂກຮັບເຊີນ ຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ ໃນນັ້ນສະມາຊິກພັກ 19 ສະຫາຍ, ຍິງ 6 ສະຫາຍ.
ປະທານກອງປະຊຸມໄດ້ໃຫ້ຮູ້ວ່າ ການປະເມີນຜົນແມ່ນການກວດການຄືນການປະຕິບັດວຽກງານຂອງພະນັງການລັດຖະກອນໃນໜຶ່ງປີຜ່ານມາ ຊອກໃຫ້ເຫັນດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຂ້າງ ເພື່ອນຳມາປັບປຸງແກ້ໄຂໃຫ້ດີຂຶ້ນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.
ພ້ອມທັງໄດ້ຜ່ານກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ປະທານ ກອງປະຊຸມໄດ້ຜ່ານ ດຳລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄຳແນະນຳ ຂອງພະແນກພາຍໃນວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. ເອກະສານດັ່ງກ່າວແມ່ນໄດ້ກຳນົດຫຼັກການ, ລະບຽບການ, ມາດຖານເງື່ອນໄຂຂອງການຈັດຕັ້ງປະຕິບັດການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງຜູ້ຖືກປະເມີນ ແລະ ຜູ່ປະເມີນ, ການຕິດຕາມກວດກາຂອງວຽກງານຂອງພະນັກງານລັດຖະກອນ ເພື່ອເຮັດໃຫ້ ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມາຫາຊົນມີຄວາມໜັກແໜ້ນ ແລະ ເຂັ້ມແຂງໃຫ້ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍພັກ ແລະ ລະບຽບກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບຖືກຕ້ອງກັບຄວາມເປັນຈິງ. ການປະເມີນໃນຄັ້ງນີ້ ແມ່ນຍົກໃຫ້ເຫັນຜົນງານທີ່ຜົນເດັ່ນ, ດ້ານອ່ອນ-ຂໍ້ຄົງຂ້າງ, ວິທີແກ້ໄຂໃນຕໍ່ໜ້າ, ໝູ່ຄະນະປະກອບຄຳເຫັນເພື່ອເປັນການຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ມີຄວາມກ້າວໜ້າ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ພ້ອມທັງໃຫ້ຄະແນນແບບປິດຫຼັບຂອງພະນັກງານ-ລັດຖະກອນແຕ່ລະສະຫາຍ
ມີ 21 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 21 |
![]() | ມື້ວານນີ້ | 46 |
![]() | ອາທິດນີ້ | 95 |
![]() | ເດືອນນີ້ | 478 |
![]() | ທັງໝົດ | 183601 |