ເມືອງປາກທາສຳເລັດການຝຶກອົບຮົມວຽກງານຫາງສຽງສັງຄົມຄັ້ງທີ I
ເມືອງປາກທາໄດ້ສຳເລັດການຝຶກອົບຮົມວຽກງານຫາງສຽງສັງຄົມຄັ້ງທີ I ໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງທີ່ຮັບຜິດຊອບກ່ຽວກັບວຽກງານຫາງສຽງສັງຄົມຂຶ້ນໃນລະຫວ່າງວັນທີ 15-16 ຕຸລາ 2020 ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງປາກທາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆ ປາກທາ, ມີທ່ານ ສຸກຄະ ຫຼຽນທອງຄຳ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າຂະແໜງການອ້ອມຂ້າງເມືອງເຂົ້າຮ່ວມ. ຝຶກອົບຮົມຄັ້ງນີ້ມີນັກສຳມະນາກອນທັງໝົດ 32 ສະຫາຍ, ຍິງ 6 ສະຫາຍ.
ເນື້ອໃນເອກະສານທີ່ນຳມາຝຶກອົບຮົມມີທັງໝົດ 4 ບົດຄື:
ບົດທີ 1: ບັນຫາພີື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.
ບົດທີ 2: ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງແນວຄິດ.
ບົດທີ 3: ຕາໜ່າງເພື່ອນຮ່ວມງານ.
ບົດທີ 4: ວຽກງານຄົ້ນຄວ້າສັງລວມ.
ການຝຶກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ ຜູ້ເຂົ້າຮ່່ວມມີຄວາມຮັບຮູ້ເຂົ້າໃຈຄວາມໝາຍ, ຄວາມສຳຄັນ, ຄວາມແຕກຕ່າງລະຫວ່າງຫາງສຽງ ແລະ ຂ່າວລື, ພາລະບົດບາດ-ໜ້າທີ່ຂອງໜ່ວຍງານເກັບກຳຫາງສຽງສັງຄົມ, ມາດຕະການ ແລະ ຄຸນທາດຂອງຜູ້ເຮັດວຽກງານຫາງສຽງສັງຄົມ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 99 |
![]() | ມື້ວານນີ້ | 92 |
![]() | ອາທິດນີ້ | 233 |
![]() | ເດືອນນີ້ | 1118 |
![]() | ທັງໝົດ | 100720 |